ພົ້ນເດັ່ນຂຶ້ນຟ້າ ພວກເຮົາກໍນັ່ງເບິ່ງ ນັ່ງສັງເກດໄປເລື້ອຍໆ ຈົນຮອດເວລານຶ່ງ ໄດ້ຍິນສຽງເຮຮຮຮຮຮຮຮຮຮ ຈາກຝັ່ງໄທ ແລ້ວກໍສຽງ ໂຮຮຮຮຮຮຮຮ ດັງຕໍ່ມາ ເພາະວ່າເຂົາເຫັນບັ້ງໄຟພະຍານາກປາກົດຂຶ້ນ ພວກເຮົາກໍຊອກເບິ່ງ ແຕ່ກໍບໍ່ເຫັນ ແລ້ວກໍງຽບໄປອີກໄລຍະນຶ່ງ ຈາກນັ້ນຝັ່ງໄທກໍພາກັນຮ້ອງເຮໂຮກັນອີກ ເປັນແບບນີ້ຊ້ຳໄປຊ້ຳມາຫຼາຍເທື່ອ
ໃນຂະນະທີ່ທີມພວກເຮົາກຳລັງສິ້ນຫວັງ ຄິດວ່າຄົງບໍ່ມີໂອກາດໄດ້ເຫັນບັ້ງໄຟສັກສິດ (!?) ແລ້ວ ກໍປາກົດວ່າມີສຽງໂຮດັງຂຶ້ນອີກຈາກຝັ່ງໄທ!!! ແລ້ວໃນວິນາທີນັ້ນເອງ ເປັນວິນາທີທຳອິດທີ່ຂ້າພະເຈົ້າໄດ້ເຫັນບັ້ງໄຟພະຍານາກລອຍພົ້ນເດັ່ນຂຶ້ນຟ້າ! ສີຂອງມັນເປັນບົວເຂັ້ມ ອາດຈະເຂົ້າຂັ້ນສີແດງເລີຍກໍເປັນໄດ້ ມັນເຄື່ອນທີ່ບໍ່ໄວຫຼາຍ ແລ້ວກໍບໍ່ຊ້າຫຼາຍ ມັນລອຍຂຶ້ນຟ້າ ແລ້ວກໍດັບໄປ
ນັ້ນເປັນວິນາທີທີ່ຕື່ນເຕັ້ນຫຼາຍສຳລັບຄະນະຂອງພວກເຮົາ ເຊິ່ງບາງຄົນກໍເຫັນ ບາງຄົນກໍບໍ່ເຫັນ ແຕ່ສຳລັບຂ້າພະເຈົ້າທີ່ເຫັນນັ້ນ ແປກໃຈຫຼາຍ ເພາະມັນບໍ່ເປັນຄືທີ່ຟັງເຂົາເລົ່າກັນມາ
ຫຼັງຈາກບັ້ງໄຟລູກນັ້ນແລ້ວ ພວກເຮົາກໍນັ່ງຕັ້ງໜ້າຕັ້ງຕາລໍຄອຍຕໍ່ໄປ ແລະພະຍາຍາມເບິ່ງໄປທີ່ຜິວນ້ຳແຕ່ກໍບໍ່ປາກົດເຫັນ ໄດ້ຍິນແຕ່ສຽງໂຮ່ຈາກຝັ່ງໄທ ບໍ່ຮູ້ເຂົາຮ້ອງໂຮ່ຫຍັງ ເຫັນມີແຕ່ພາກັນຍິງພຸໄຟ ແລ້ວກໍຈູດກະໂພກ ແລະອັນທີ່ເຈັບຫົວທີ່ສຸດລະແມ່ນພາກັນລອຍໂຄມໄຟຂຶ້ນຟ້າ ເຮັດໃຫ້ສັບສົນວ່າອັນໃດແມ່ນບັ້ງໄຟ ອັນໃດແມ່ນໂຄມໄຟກັນແທ້!
ຫຼັງຈາກຜ່ານໄປຮ່ວມຊົ່ວໂມງ ພວກເຮົາກໍເຫັນບັ້ງໄຟພະຍານາກປາກົດຂຶ້ນອີກ ແຕ່ເທື່ອນີ້ແມ່ນຢູ່ລຽບແມ່ນ້ຳທາງຂວາມື ເຊິ່ງຂ້າພະເຈົ້າກໍມີໂອກາດໄດ້ເຫັນອີກຄັ້ງ!
ນັ່ງເບິ່ງໄປດົນເຕີບ ປາກົດວ່າ ພາກັນໄດ້ຍິນສຽງປືນຍິງດັງຂຶ້ນຈາກທາງຊ້າຍມື ພໍແຕ່ຫຼຽວໄປເທົ່ານັ້ນລະ ເຫັນບັ້ງໄຟພະຍານາກລອຍຂຶ້ນຟ້າ!!! ແລ້ວກໍໄດ້ຍິນສຽງປືນດັງຂຶ້ນອີກ ແຕ່ບໍ່ເຫັນບັ້ງໄຟຂຶ້ນ ສ່ວນຝັ່ງໄທຫັ້ນຫວາ? ກໍໂຮຫັ້ນລະຕິພີ່ນ້ອງ!!!
ພວກເຮົານັ່ງສັງເກດຢູ່ດົນເຕີບ ຈຶ່ງພາກັນຮູ້ວ່າ ບັ້ງໄຟພະຍານາກມັນມັກຂຶ້ນຢູ່ບ່ອນທາງລຽບແມ່ນ້ຳຟາກຂວາມື ກໍເລີຍພາກັນໄປເບິ່ງ ມັນເປັນກົກໂພ ຫຼືກົກໄຊ ຫຼືກົກຫຍັງຈັກຢ່າງ ຂະໜາດໃຫຍ່ໆ ປົກຄຸມທົ່ວບໍລິເວນນັ້ນ ລອງສອບຖາມເດັກນ້ອຍຊາວບ້ານ ກໍບອກວ່າເປັນເຂດທີ່ຜູ່ໃຫຍ່ບໍ່ໃຫ້ເຂົ້າ ເພາະມັນອັນຕະລາຍ ໂດຍສະເພາະໃນຍາມກາງຄືນ ບາງຄົນກໍວ່າເປັນເຂດດິນຂອງວັດ ບາງຄົນກໍວ່າມີສານເຈົ້າ ຫຼືສານຫຍັງຕ່າງໆ ຢູ່ໃນນັ້ນ ເຊິ່ງຂະນະທີ່ກຳລັງລົມກັນຢູ່ນັ້ນ ສິ່ງທີ່ບໍ່ຄາດຄິດກໍເກີດຂຶ້ນ!!!
ມີລູກໄຟລອຍຂຶ້ນມາຈາກໃນປ່າແຫ່ງນັ້ນທີ່ພວກເຮົາກຳລັງເບິ່ງຢູ່! ມັນເປັນລູກໄຟສີແດງ ລອຍຂຶ້ນມາ ຄວາມໄວມັນເປັນແບບລູກໄຟທີ່ພວກເຮົາເຫັນ ແລະເຂົ້າໃຈວ່າເປັນ "ບັ້ງໄຟພະຍານາກ" ໃນຕອນທຳອິດນັ້ນເອງ!
ເດັກນ້ອຍແຖວນັ້ນບອກວ່າ ຢູ່ນີ້ເຫັນຂຶ້ນຕະຫຼອດ ບາງຄົນເຫັນຮອດ 17 ລູກແລ້ວ ພວກເຮົາຈຶ່ງຕັ້ງຫຼັກກັນສັງເກດການຢູ່ຫັ້ນ ເຊິ່ງກໍສັງເກດເຫັນມີຄົນຢູ່ໃນປ່ານັ້ນ (ເຊິ່ງປ່ານັ້ນເປັນດອນທີ່ມີນ້ຳອ້ອມ ບໍ່ສາມາດຂ້າມໄປໄດ້ຫາກບໍ່ໃຊ້ເຮືອ) ລາວກໍຍ່າງໄປຍ່າງມາ ແລ້ວກໍຫຼຽວມາເບິ່ງຄະນະຂອງພວກເຮົາ ຈາກນັ້ນກໍຫາຍໄປໃນປ່າ ແລ້ວກໍອອກມາອີກ ເປັນແບບນີ້ຢູ່ສອງສາມຮອບ ຈາກນັ້ນກໍມີລູກໄຟປາກົດອອກມາຈາກໃນປ່າອີກ ແລະແນ່ນອນ ... ຝັ່ງໄທກໍຮ້ອງໂຮຂຶ້ນ...
ຫຼັງຈາກນັ້ນ ນຶ່ງໃນທີມງານທີ່ໄປນຳຄະນະຂອງພວກເຮົາຍ່າງມາຫາ ແຕ່ລະຫວ່າງທາງປາກົດວ່າພົບກັບໃຜກໍບໍ່ຮູ້ຈັກ ຍ່າງສວນທາງມາແລ້ວບອກວ່າ "ລະວັງໂຕໄວ້ໃຫ້ດີ" ແລ້ວກໍຍ່າງກາຍໄປ
ພວກເຮົາຮູ້ແບບນັ້ນກໍບໍ່ສະບາຍໃຈ ຄິດວ່າໜ້າຈະມີຫຍັງແລ້ວລະ ແຕ່ກໍຍັງອົດຖ້າຢູ່ເບິ່ງຕໍ່ໄປ ເຊິ່ງກໍບໍ່ເຫັນຫຍັງອີກເລີຍ ຝັ່ງໄທກໍເຊົາໂຮ ຝັ່ງລາວກໍງຽບ ເຮົາກໍງົງ ຈາກນັ້ນກໍເຫັນຄົນພາຍເຮືອໄປຫາບ່ອນປ່ານັ້ນ ແລ້ວກໍມີຄົນໃນປ່າຍ່າງໄປຫາເຮືອ ແລ້ວກໍຫາຍໄປ
ຢືນຖ້າຢູ່ດົນເຕີບ ແລ້ວກໍລົມກັນໄປເລື້ອຍ ຂະນະທີ່ກຳລັງລົມກັນນັ້ນເອງ ສຽງປືນກໍດັງຂຶ້ນຈຳນວນ 10 ລູກຕິດຕໍ່ກັນ! ພວກຂ້າພະເຈົ້າເຫັນລູກໄຟສີແດງທີ່ເອີ້ນແລະເຊື່ອກັນວ່າ ມັນຄື "ບັ້ງໄຟພະຍານາກ" ລອຍມາຈາກທາງຫຼັງຂອງພວກເຮົາ!ແລະສຽງນັ້ນກໍເຊັ່ນກັນ ມັນດັງມາຈາກຫຼັງຂອງພວກເຮົາ!! ມີຄົນຍິງປືນຢູ່ທາງຫຼັງເຮົານີ້ເອງ! ພໍແຕ່ໄດ້ສະຕິແລ້ວ ຂ້າພະເຈົ້າກໍເອີ້ນໃຫ້ສະຫາຍທີ່ໄປນຳກັນຟ້າວອອກຈາກບ່ອນນັ້ນທັນທີ ເພາະບໍ່ຮູ້ຈະເກີດຫຍັງຂຶ້ນຕໍ່ໄປ ເມື່ອຄົນທີ່ຍິງບັ້ງໄຟພະຍານາກນັ້ນ ຢູ່ໃກ້ຂະໜາດນີ້! ເຊິ່ງກໍແນ່ນອນ ສິ້ນສຽງປືນລູກທີ 10 ແລ້ວ ສຽງໂຮຈາກຝັ່ງໄທກໍດັງຂຶ້ນຕາມມາ
ຖ້າປຽບດັ່ງການສະແດງ ນີ້ຄົງເປັນການສະແດງທີ່ເອີ້ນໄດ້ວ່າ The Best Performance!
ປ.ລ. ລະຫວ່າງຖ້າຕອນກ່ອນຄ່ຳ ປາກົດວ່າມີສົບຄົນຖືກໄຟໄໝ້ (ຫຼືຊັອດ?) ຕາຍລອຍມາອີກ ບຶ໋ຍຍຍຍຍ
เครดิต facebook
ดร.ศิลป์ชัย เชาว์เจริญรัตน์