หน้าแรก ตรวจหวย เว็บบอร์ด ควิซ Pic Post แชร์ลิ้ง หาเพื่อน Chat หาเพื่อน Line หาเพื่อน Skype Page อัลบั้ม แต่งรูป คำคม Glitter สเปซ ไดอารี่ เกมถอดรหัสภาพ เกม วิดีโอ คำนวณ การเงิน
ติดต่อเว็บไซต์ลงโฆษณาลงข่าวประชาสัมพันธ์แจ้งเนื้อหาไม่เหมาะสมเงื่อนไขการให้บริการ
เว็บบอร์ด บอร์ดต่างๆค้นหาตั้งกระทู้

โทษประหารชีวิตค้าขายยาบ้า.สปปลาว

โพสท์โดย phengsy

ຕັດສິນລົງໂທດປະຫານຊີວິດ 04 ຈໍາເລີຍ ຂໍ້ຫາຂົນສົ່ງເຮໂຣອິນ ແລະ ຢາໄອສ໌.

---

     ວັນທີ 01 ກັນຍາ 2023 ສານປະຊາຊົນຂັ້ນຕົ້ນແຂວງ ອຸດົມໄຊ ໄດ້ຄົ້ນຄວ້າພິຈາລະນາລົງໂທດຕັດອິດສາລະພາບ 04 ຈໍາເລີຍ ຊື່ ທ້າວ ຟົງວາ ອາຍຸ 35 ປີ, ສັນຊາດລາວ ອາຊີບ ປະຊາຊົນ, ຢູ່ບ້ານ ສາລາ ເມືອງ ຫ້ວຍຊາຍ, ແຂວງບໍ່ແກ້ວ(ຈໍາເລີຍ1), ຖືກກັກຕົວ ວັນທີ 02 ພະຈິກ 2020; ທ້າວ ເອ່ຍວາ ອາຍຸ 24 ປີ, ສັນຊາດລາວ, ອາຊີບ ປະຊາຊົນ ຢູ່ບ້ານ ຫ້ວຍເງິນ, ເມືອງຄອບ, ແຂວງໄຊຍະບູລີ(ຈໍາເລີຍ2), ຖືກກັກຕົວ ວັນ ທີ 03 ພະຈິກ 2020; ທ້າວ ບຸນມີວາ ອາຍຸ 27 ປີ ສັນຊາດລາວ, ອາຊີບ ຫວ່າງງານ ຢູ່ບ້ານ ຈອມຈຸກ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ (ຈໍາເລີຍ3) ແລະ ທ້າວ ຈາວາ ຫຼື ເຮີວາ ອາຍຸ 19 ປີ, ສັນຊາດລາວ, ອາຊີບ ຫວ່າງງານ ຢູ່ບ້ານ ຫ້ວຍສະລາ, ເມືອງ ຫ້ວຍຊາຍ, ແຂວງບໍ່ແກ້ວ(ຈໍາເລີຍ4), ທັງສອງຈໍາເລີຍຖືກກັບຕົວ ວັນທີ 03 ພະຈິກ 2020;

 

ໄອຍະການປະຊາຊົນແຂວງອຸດົມໄຊ ໄດ້ຖະແຫຼງໃຫ້ຮູ້ວ່າ: ໃນເວລາ 20 ໂມງ 30 ນາທີ ຂອງວັນທີ 02 ພະຈິກ 2020 ທາງເຈົ້າຫນ້າທີ່ ປກສ ແຂວງອຸດົມໄຊ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ ມີກຸ່ມເປົ້າໝາຍຄ້າຂາຍຢາເສບຕິດຈະມີການເຄື່ອນຍ້າຍຢາເສບຕິດຈາກແຂວງບໍ່ແກ້ວ ຜ່ານທາງເມືອງ ປາກແບງ, ຈຶ່ງໄດ້ປະສານສົມທົບກັບເຈົ້າຫນ້າທີ່ ປກສ ເມືອງ ປາກແບງ ອອກຕັ້ງຈຸດກວດກາຢູ່ຫຼັກກິໂລແມັດທີ 139 ເມືອງ ປາກແບງ ທາງແຍກໄປເມືອງ ຜາອຸດົມ, ແຂວງ ບໍ່ແກ້ວ, ຮອດເວລາ 22 ໂມງ 30 ນາທີ ຂອງວັນດຽວກັນ ກຳລັງເຈົ້າໜ້າທີຈຶ່ງໄດ້ສະກັດລົດເປົ້າໝາຍຕ້ອງສົງໃສຈໍານວນ 3 ຄັນ, ແຕ່ລົດເປົ້າໝາຍບໍ່ຍອມຈອດ ໄດ້ແລ່ນຜ່ານດ່ານຂອງເຈົ້າຫນ້າທີ່ ແລ້ວເກີດເສຍຫຼັກເຮັດໃຫ້ລົດກະບະ 3 ຄັນຕົກຮ່ອງ ເປັນເຫດເຮັດໃຫ້ລົດດັ່ງກ່າວບໍ່ສາມາດແລ່ນໄປໄດ້ ແຕ່ພວກເປົ້າໝາຍໄດ້ເອົາຕົວຫຼົບໜີ, ເຈົ້າຫນ້າທີ່ໄດ້ນຳຈັບຕົວເປົ້າໝາຍໄດ້ 1 ຄົນຊື່ ທ້າວ ລາວຟົງ ຫຼື ຟົ້ງວ່າ, ສ່ວນອີກຈໍານວນຫນຶ່ງແມ່ນໄດ້ເອົາຕົວຫຼົບໜີ, ຈາກນັ້ນເຈົ້າຫນ້າທີ່ຈຶ່ງໄດ້ທໍາການກວດຄົ້ນລົດກະບະທັງ 3 ຄັນ ຜ່ານການກວດຄົ້ນໄດ້ພົບເຫັນເຄື່ອງຂອງກາງຢາເສບຕິດຢູ່ພາຍໃນລົດກະບະ VIGO ສີປອນ, ໝາຍເລກທະບຽນ ໄຊຍະບູລີ ກກ 0579 ລົດຄັນທີ່ 1 ຂັບຂີ່ໂດຍ ທ້າວ ໄບຊົງ ແລະ ທ້າວ ລາວຟົງ ຫຼື ຟົງວາ ມີຂອງກາງ: ເຮໂຣອິນ ຈໍານວນ 04 ເປົາ, ມີ 400 ແທ່ງ, ນ້ຳໜັກ 152 ກິໂລກຣາມ ແລະ ຢາໄອສ໌(Ice) ຈໍານວນ 10 ເປົາມີ 400 ຫໍ່, ນໍ້າໜັກ 400 ກິໂລກຣາມ;

ລົດຄັນທີ 2 ລົດກະບະ ຍີ່ຫໍ້ TOYOTA VIGO ສີຂາວ ຫມາຍເລກທະບຽນ ກບ 5326 ຂອງທ້າວ ບຸນມີ ວາ, ແຕ່ຕິດປ້າຍ ປກສ 0091 (ປ້າຍປອມ) ຂັບຂີ່ໂດຍທ້າວ ຂັນ ພົບຂອງກາງ ຢາໄອສ໌ (Ice) ຈໍານວນ 15 ເປົາ ມີ 592 ຫໍ່ ນໍ້າຫນັກ 592 ກິໂລກຣາມ ແລະ ປືນສັ້ນ 9 ມມ ຈໍານວນ 1 ກະບອກ ພ້ອມລູກປືນ 27 ລູກ.

   ລົດຄັນທີ 3: ລົດກະບະ ຍີ່ຫໍ້ TOYOTA REVO ສີປອນເງິນ, ຫມາຍເລກທະບຽນ ກໍາແພງນະຄອນ ກຂ 8031 ຂັບຂີ່ໂດຍທ້າວ ຈົວວາ ມີຂອງກາງ: ຢາໄອສ໌ (Ice) ຈໍານວນ 16 ເປົາ ມີ 612 ຫໍ່ ນໍ້າຫນັກ 612 ກິ ໂລກຣາມ ມາຮອດເວລາ 02 ໂມງຂອງວັນທີ 03 ພະຈິກ 2020 ເຈົ້າຫນ້າທີ່ ປກສ ກຸ່ມບ້ານ ມົກໂຄ, ເມືອງ ປາກແບງ ໄດ້ກວດກາພົບເຫັນທ້າວ ເອຍວາ ຂັບຂີ່ລົດຈັກ ຍີ່ຫໍ້ HONDA ລຸ້ນ WAVE-I ສີຂາວມ່ວງ, ຫມາຍເລກທະບຽນ ບໍ່ແກ້ວ ຈຄ 3522 ມາແຕ່ທາງເມືອງ ຜາອຸດົມ, ແຂວງ ບໍ່ແກ້ວ ຊຶ່ງທ່າທາງມີພິລຸດສົງໄສ ເຈົ້າຫນ້າທີ່ຈຶ່ງກັກຕົວດຳເນີນການສືບສວນ-ສອບສວນ ຜູ້ກ່ຽວໄດ້ໃຫ້ການວ່າ ໄດ້ເຂົ້າຮ່ວມຄ້າຂາຍ ແລະ ຂົນສົ່ງຢາເສບຕິດໃນຄັ້ງນີ້ແທ້.

ເວລາ 05 ໂມງເຊົ້າ ຂອງວັນທີ 03 ພະຈິກ 2020 ເຈົ້າຫນ້າທີ່ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປະຈໍາຢູ່ເຂດ ເມືອງ ວັງວຽງ, ແຂວງ ວຽງຈັນ ໄດ້ກັກຕົວທ້າວ ບຸນມີ ວາ ເເລະ ທ້າວ ຈາວາ ຫຼື ເຮີວາ ທີ່ມີການພົວພັນກັບທ້າວ ລາວຟົງ ຫຼື ຟົ້ງວາ, ທ້າວ ເອ່ຍວາ, ມາຮອດວັນທີ 23 ກໍລະກົດ 2021 ຈຶ່ງໄດ້ນໍາ ສົ່ງທ້າວ ບຸນມີວາ ແລະ ທ້າວ ຈາວາ ຫຼື ເຮີວາ ໃຫ້ເຈົ້າຫນ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ ອຸດົມໄຊ ດໍາເນີນຄະດີຕາມກົດຫມາຍ. 

 

ຜ່ານການສືບສວນ-ສອບສວນຜູ້ຖືກຫາທັງ04 ໄດ້ໃຫ້ການຮັບສະລະພາບວ່າ: ເຄື່ອງຂອງກາງຢາເສບຕິດ ແລະ ພາຫະນະຮັບໃຊ້ຂົນສົ່ງຢາເສບຕິດຈໍານວນດັ່ງກ່າວແມ່ນຂອງພວກຕົນແທ້ ຜ່ານການສັງລວມຂໍ້ມູນຫຼັກຖານຢ່າງລະອຽດຄົບຖ້ວນ ແລະ ພາວະວິໄສບວກກັບຄຳສາລະພາບຂອງຈຳເລີຍສານປະຊາຊົນຂັ້ນຕົ້ນແຂວງອຸດົມໄຊພິຈາລະນາລົງໂທດ ປະຫານຊີວິດ ທ້າວ ລາວຟົງ ຫຼື ຟົ້ງວາ (ຈໍາເລີຍ1); ທ້າວ ເອ່ຍວາ (ຈໍາເລີຍ2); ທ້າວ ບຸນມີ ວາ (ຈໍາເລີຍ3) ແລະ ທ້າວ ຈາວາ ຫຼື ເຮີວາ (ຈໍາລີຍ4) ຕາມລະບຽບກົດໝາຍ.

ພ້ອມກັນນັ້ນກໍໄດ້ຮິບພາຫະນະລົດກະບະຈໍານວນ 4 ຄັນ, ລົດຈັກ 1 ຄັນ, ປືນສັ້ນ 9 ມມ ຈໍານວນ 1 ກະບອກ ພ້ອມດ້ວຍລູກປືນ ຈໍານວນ 27 ລູກ ມາເປັນຂອງລັດ ແລະ ຮິບເງິນບາດ ຈໍານວນ 5.000 ບາດ, ສາຍຄໍຄໍາ ລາຍຮວງເຂົ້າຈໍານວນ ຫນຶ່ງເສັ້ນ ນໍ້າຫນັກ 15 ກຣາມ, ໂທລະສັບ ມືຖື ຍີ່ຫໍ້ ຢູນີເທວ (Unitel) ຈໍານວນ 02 ເຄື່ອງ ແລະ ມືຖື ຍີ່ຫໍ້ ອ໋ອບໂປ (OPPO) ສີດໍາ 1 ເຄື່ອງ, ຫົວເວີຍ (HUAWEI) ສີດໍາ 1 ເຄື່ອງ ທີ່ມີສ່ວນພົວພັນກັບລາຍຄະດີ ມາເປັນຂອງລັດ; ສົ່ງເງິນ ຈໍານວນ 507.000 ກີບ, ໂທລະສັບ ມືຖື ຍີ່ຫໍ້ ຢູນີເທວ (Unitel) ສີດໍາ ຈໍານວນ 1 ເຄື່ອງ, ມືຖື ຍີ່ຫໍ້ ອ໋ອບໂປ (OPPO) ສີດໍາ ຈໍານວນ 1 ເຄື່ອງ ທີ່ບໍ່ມີສ່ວນພົວພັນກັບການກະທໍາຜິດ ຄືນໃຫ້ແກ່ທ້າວ ລາວຟົງ ຫຼຶ ຟົ້ງວາ (ຈໍາເລິຍ 1); ສົ່ງເງິນ ຈໍານວນ 150.000 ກີບ, ເງິນບາດ ຈໍານວນ 1.000 ບາດ ຄືນໃຫ້ແກ່ທ້າວ ເອ່ຍວາ (ຈໍາເລີຍ 2); ສົ່ງສາຍຄໍຄໍາ 1 ເສັ້ນ ນໍ້າຫນັກ 45,7 ກຣາມ, ແຫວນຄໍາ ຫນຶ່ງວົງ ນໍ້າຫນັກ 15,2 ກຣາມ, ແຫວນເກ້ 1 ວົງ, ໂມງໃສ່ແຂນ ຍີ່ຫໍ້ ອ໊ອບ (OP) ສີນໍ້າເງິນ 1ຫນ່ວຍ, ເງິນບາດ ຈໍານວນ 9.100 ບາດ, ເງິນກີບ ຈໍານວນ 2.000.000 ກີບ, ໃບທຳນຽມເສຍຄ່າທາງ 1 ຊຸດ, ໃບຂັບຂີ່ 1 ໃບ ແລະ ກ້ອງບັນທຶກ (ກ້ອງຕິດລົດ) ສີດໍາ ຈໍານວນ 1 ໜ່ວຍ ທີ່ບໍ່ມີສ່ວນພົວພັນກັບການກະທໍາຜິດ ຄືນໃຫ້ແກ່ທ້າວ ບຸນມີ ວາ (ຈໍາເລີຍ3); ສົ່ງເງິນບາດ ຈໍານວນ 4.000 ບາດ, ເງິນກີບ ຈໍານວນ 107.000 ກີບ, ມືຖື ຍີ່ຫໍ້ ວີໂວ (VIVO) ສີດໍາ 1 ເຄື່ອງ, ມືຖື ຢູນີເທວ (Unitel) ສີດໍາ ຫນຶ່ງເຄື່ອງ ແລະ ໂມງໃສ່ແຂນ ຍີ່ຫໍ້ ຣາໂດ (RADO) ສີທອງ ຈໍານວນ 1 ຫນ່ວຍ ຄືນໃຫ້ແກ່ທ້າວ ຈາວາ ຫຼື ເຮີວາ (ຈໍາເລີຍ 4);

 

ຮິບເຮໂຣອິນ ຈໍານວນ 4 ເປົາ ມີ 400 ເເທ່ງ ນໍ້າຫນັກ 152 ກິໂລກຣາມ ແລະ ຢາໄອສ໌ (Ice) ຈໍານວນ 41 ເປົາ ມີ 1.604 ຫໍ່ ນໍ້າຫນັກ 1.604 ກິໂລກຣາມ ຂອງພວກຈໍາເລີຍມາທໍາລາຍຖິ້ມ.

 

ພາບ-ຂ່າວ: ຮທ ສີພາວັນ

Password 1991

แปลโดย: phengsy
ที่มา: ພາບ-ຂ່າວ: ຮທ ສີພາວັນ
⚠ แจ้งเนื้อหาไม่เหมาะสม 
phengsy's profile


โพสท์โดย: phengsy
เป็นกำลังใจให้เจ้าของกระทู้โดยการ VOTE และ SHARE
5 VOTES (5/5 จาก 1 คน)
VOTED: แสร์
Hot Topic ที่น่าสนใจอื่นๆ
เสน่ห์ที่มากขึ้นกว่าผู้ชายวัยรุ่น ของผู้ชายวัย 30 - 40+ เอ้อ มันก็จริงอยู่น๊า....สาวสั่งทำสติ๊กเกอร์ 100 แผ่น พอเอามาดู ขำจนเกือบขิตถมทะเล!ผงะเจอเสาคอนกรีตวางเกลื่อนถมริมหาดสะพานหิน เกาะภูเก็ตเมื่อการ์ตูนโดเรม่อนกลายเป็นคนจริงๆงูยักษ์ขวางประตูโรงเรียน! ครูผวาเกือบเป็นลมลิซ่าเปิดตัวอย่างเป็นทางการแล้วนะวิธีต้มไข่แบบประหยัดไฟและน้ำ"ฉบับญี่ปุ่น"ไม่ควรกิน "อาหาร" แบบนี้ในตอนเช้าแต่ส่วนใหญ่กลับกินกันบ่อย!!คอนเสิร์ต AREA 52 "แบมแบม" สุดยิ่งใหญ่ ราชมังแตกเลยจ้า
Hot Topic ที่มีผู้ตอบล่าสุด
สิ่งที่คนญี่ปุ่นได้เรียนรู้และอาจเข้าใจผิดเกี่ยวกับคนไทยที่คุณอาจจะไม่รู้มาก่อน!"สารวัตรเพียว" ชี้ "โน้ส อุดม" ทำคนไทยไม่ลืมวาทกรรม ปิดสวิตช์ สว. ปิดสวิตช์ 3 ป.The Phenomenon of Mass Sociogenic Illness ปรากฎการณ์พวกมากลากไป “ดราม่าทัวร์ลง"ชุมชนคุณธรรมวัดท่าขนุน ทองผาภูมิ
กระทู้อื่นๆในบอร์ด ข่าววันนี้
ชุมชนคุณธรรมวัดท่าขนุน ทองผาภูมิถมทะเล!ผงะเจอเสาคอนกรีตวางเกลื่อนถมริมหาดสะพานหิน เกาะภูเก็ต"สารวัตรเพียว" ชี้ "โน้ส อุดม" ทำคนไทยไม่ลืมวาทกรรม ปิดสวิตช์ สว. ปิดสวิตช์ 3 ป.ไทยอาจจะไม่ใช่ เจ้าตลาดของทุเรียนอีกต่อไป
ตั้งกระทู้ใหม่