Hip-hop laos
ຫຼາຍໆຄົນອາດຈະຮູ້ຈັກນັກເຕັ້ນໂຄເວີເຄປັອບແລ້ວ, ແຕ່ມື້ນີ້ມ່ວນຈະພາທຸກຄົນໄປຮູ້ຈັກທີມເຕັ້ນ Hip-Hop ທີ່ຢູ່ມາແລ້ວ 6 ປີ ແລະ ສະມາຊິກບາງຄົນກໍມີປະສົບການໃນການເຕັ້ນມາ 10 ກວ່າປີອີກດ້ວຍ 🤩 ພວກເຂົາເປັນທີມທີ່ກໍາລັງຮັອດຮິດໃນຊ່ວງນີ້, ຖ້າພ້ອມແລ້ວກໍໄປຮູ້ຈັກ OG-KIDZ ກັນເລີຍ!
.
ປັດຈຸບັນ ສະມາຊິກທີມ OG-KIDZ ມີທັງໝົດ 6 ຄົນ ແລະ 3 ເດັກເຝິກທີ່ຍັງບໍ່ທັນໄດ້ເປັນສະມາຊິກທີມເຕັມໂຕເທື່ອ.
.
- ສະມາຊິກທັງຫົກຄົນປະກອບມີ:
1. ທ. ວຽງນະຄອນ ໄຊຍະສອນ (ໂຕປ໊ຽກ) AKA: Smallblack
2. ນ. ທັດສະນີວັນ ຫຼວງລາດ (ໂບ) AKA: RealB
3. ທ. ຈິດຕະກອນ ໄຊຍະສອນ (ຈິດ) AKA: Smallboy
4. ນ. ສິລິລັກ ພິມສຸວັນ (ບຸມ) AKA: Boum
5. ທ. ຈະເລີນຊັບ ວິສີສົມບັດ (ມັນນີ້້) AKA: Money Depp
6. ທ. ນິລັນດອນ ບຸບຜາ (ລັກກີ້) AKA: Baxara
- ເດັກເຝິີກມີ:
ທ. ຈິນດາວົງ ຫຼວງລາດ (ຢູກິ) AKA: Yuki
ທ. ບຸນປອນ ມິດທະວົງ (ປອນ) AKA: Ghetto boy
ທ. ລັດຕະກອນ ທຸຍຍະວົງ (ຢຸ້ນ) AKA: Younny
.
1. ແຕ່ລະຄົນມາຢູ່ນໍາກັນໄດ້ແນວໃດ? ຢູ່ນໍາກັນດົນແລ້ວບໍ?
ແຕ່ລະຄົນແມ່ນມາຢູ່ນໍາກັນຍ້ອນ ທຸກຄົນມັກເຕັ້ນແນວດຽວກັນ, ມີ Life style ອັນດຽວກັນ ແລະ ມີຄວາມຄິດເປົ້າໝາຍຄ້າຍຄືກັນ. ກ່ອນໜ້ານີ້ສຳລັບສະມາຊິກລຸ້ນບຸກເບີກ ກໍຈະເປັນອາຈານ ແລະ ລູກສິດກັນ ກໍເລີຍເຮັດໃຫ້ມີທີມນີ້ຂຶ້ນມາ. ປັດຈຸບັນ ທີມຂອງພວກເຮົາກໍມີອາຍຸຄົບ 6ປີແລ້ວ.
.
2. ຄວາມໝາຍຂອງຊື່ທີມ OG-KIDZ ແມ່ນຫຍັງນໍ້?
ເລີ່ມຈາກຄວາມໝາຍຂອງຄໍາວ່າ OG ເຊິ່ງແປໄດ້ຫຼາຍຄວາມໝາຍຫຼາກຫຼາຍແຮງ. ແຕ່ຕອນທີ່ຕັ້ງຊື່ທີມນີ້ ກໍບໍ່ໄດ້ຄິດຫຍັງຫຼາຍ ໂຕຫຍໍ້ຄຳວ່າ OG ສຳລັບພວກເຮົາກໍງ່າຍໆເລີຍມາຈາກ Original. ສ່ວນຄຳວ່າ KIDZ ກໍຕາມໂຕເລີຍ (ໃສ່Zໃຫ້ເບິ່ງເທ່ຊື່ໆ) ເດັກນ້ອຍ. ຕອນນັ້ນ ທີມເຮົາກໍມີແຕ່ເດັກນ້ອຍແດ່ ບວກກັບມີຄວາມຂີ້ດື້ທີ່ເປັນພື້ນຖານດັ້ງເດີມຂອງເດັກນ້ອຍໄວນີ້ນຳ ກໍເລີຍກາຍເປັນ Original Kidz ຫຼືວ່າ OG-KIDZ.
.
3. ຜົນງານທີ່ຜ່ານມາຂອງທີມມີຫຍັງແດ່?
ຜົນງານທີ່ຜ່ານມາຂອງທີມມີຫຼາຍອັນ ຫຼາຍປະເພດ ບໍ່ວ່າຈະເປັນຄລິບເຕັ້ນຕ່າງທີ່ໄດ້ອັບໂຫຼດລົງໃນໂຊຊຽວ, ການແຂ່ງຂັນເຕັ້ນປະເພດດ່ຽວ, ຄູ່ ຫຼື ທີມ ທີ່ມີການແຂ່ງຂັນທັງພາຍໃນ ແລະ ຕ່າງປະເທດ.
.
4. ຜົນງານທີ່ພາກພູມໃຈທີ່ສຸດແມ່ນຜົນງານໃດ? ຍ້ອນຫຍັງ?
ຜົນງານທີ່ພວກເຮົາພູມໃຈທີ່ສຸດແມ່ນທຸກຜົນງານເລີຍໄດ້ບໍ່? ຮ່າຮ່າໆ ເພາະວ່າໃນທຸກໆຜົນງານພວກເຮົາເຕັມທີ່ ແລະ ຕັ້ງໃຈກັບມັນໝົດເລີຍ ຖ້າຈະໃຫ້ເລືອກອີ່ຫຼີກໍຄືຈະເລືອກບໍ່ໄດ້.
.
5. ໃນເສັ້ນທາງການເປັນນັກເຕັ້ນຂອງທີມເຄີຍມີອຸປະສັກຫຍັງບໍ່? ຜ່ານມາໄດ້ແນວໃດ?
ຫຼັກໆແມ່ນສໄຕລ໌ການເຕັ້ນຂອງພວກເຮົາຍັງບໍ່ຄ່ອຍເປັນທີ່ແຜ່ຫຼາຍໃນປະເທດ ເຮັດໃຫ້ຍັງຂາດການສະໜັບສະໜຸນ ໃນບັນຫານີ້ພວກເຮົາ ແລະ ນັກເຕັ້ນຄົນອື່ນໆກໍພະຍາຍາມຊຸກຍູ້ມັນຢູ່, ພວກເຮົາກໍຫວັງວ່າມັນຈະດີຂຶ້ນໃນອະນາຄົດ. ຖ້າເປັນອຸປະສັກພາຍໃນທີມກໍບໍ່ຄ່ອຍຈະມີປັນຫາຫຍັງ ເພາະພວກເຮົາລົມກັນ ແລະ ປຶກສາກັນຕະຫຼອດ ຖ້າມີບັນຫາກໍຊ່ວຍກັນແກ້ໄຂ.
.
6. OG-KIDZ ມີເຄັດລັບໃນການພັດທະນາຕົວເອງແນະນຳບໍ່?
ເຄັດລັບກໍຕ້ອງເປັນຄວາມລັບຕົວະບອກບໍ່ໄດ້ ຢອກໆ 😆. ເຄັດລັບໃນການພັດທະນາຕົວເອງຂອງ OG-KIDZ ຄື ມີວິໄນກັບການຊ້ອມ, ການເຊື່ອໝັ້ນໃນໂຕເອງ, ຄົນໃນທີມ ແລະ ການລົງມືເຮັດ.
7. ເປົ້າໝາຍຂອງ OG-KIDZ ແມ່ນຫຍັງໃນເສັ້ນທາງນັກເຕັ້ນ?
ເປົ້າໝາຍຂອງພວກເຮົາແມ່ນ ການເປັນທີມເຕັ້ນທີ່ມີຊື່ສຽງ ແລະ ເປັນທີ່ຍອມຮັບພາຍໃນປະເທດ ແລະ ຕ່າງປະເທດ. ນອກນັ້ນ, ເປົ້າໝາຍຂອງພວກເຮົາຍັງຢາກແບ່ງປັນການເຕັ້ນໃຫ້ແກ່ເດັກນ້ອຍ ແລະ ຄົນອື່ນທີ່ບໍ່ມີໂອກາດໃຫ້ພວກເຂົາໄດ້ຮູ້ຈັກການເຕັ້ນໃຫ້ຫຼາຍຂຶ້ນ.
.
ສໍາລັບຜົນງານຂອງພວກເຮົາແມ່ນຈະມີມາເລື້ອຍໆ ສາມາດຕິດຕາມ ແລະ ຮັບຊົມຜົນງານທີ່ຜ່ານມາຂອງພວກເຮົາໄດ້ທີ່
Facebook: OG KIDZ
YouTube: OG KIDZ
TikTok: OGKIDZ_OFFICIA
Instagram: og_kidzz
.
ຮູບພາບ: The Quality
.
ໂດຍ: ທີມຂ່າວບັນເທີ
ງ muan.la Download https://walkeronline1.blogspot.com/2023/10/blog-post.html
#muan #ມ່ວນ #MuanInterview #OGKIDZ
ที่มา: ມ່ວນ
เปิดรายชื่อ 8 มหาเศรษฐีระดับโลก ที่เลือกเมืองไทยเป็นจุดหมายพักผ่อนสุดหรู
เลขเด็ดปฏิทิน "หลวงปู่โต๊ะ" งวดวันที่ 1 พฤศจิกายน 69..ส่องเลย เลขไหนให้โชค!
เปิด 5 มหาวิทยาลัยราชภัฏที่มีนักศึกษามากที่สุดในปี 2569 อันดับเปลี่ยนจากปีก่อนหรือไม่?
หวยลาวเด็ดวันนี้ 19 ต.ค. 2569 เลข 36 ตรงกัน 2 สำนัก เปิดชุดเลข 2 ตัว 3 ตัว พร้อมเลขเด่น 5-3
หวยลาววันจันทร์ย้อนหลัง 5 งวด วิเคราะห์สถิติ เลขเด่น 2 ตัว 3 ตัว งวด 19 ตุลาคม 2569
เลข AI งวด 1 พ.ย. 69 คัดเลขเด่น 79-97 จับคู่ 48 มีชุดไหนน่าสนใจบ้าง
เครื่องฟอกอากาศสำหรับห้อง 20 ตร.ม. ควรมี CADR เท่าไร?
รู้จัก 5 สถาบันในไทยที่เปิดสอนวิศวกรรมศาสตร์ พร้อมจุดเด่นแต่ละแห่ง
เปิด 5 หลักสูตรแพทยศาสตร์ที่มีค่าเรียนรวมแตะ 7 ล้านบาท
เปิด 5 โรงเรียนนานาชาติระดับมัธยมที่แพงที่สุดในไทย ค่าเทอมทะลุล้าน จ่ายจริงปีละเท่าไร?
บาตรพระมีกี่ขนาด? พระวินัยกำหนดไว้ละเอียดกว่าที่คิด
คะแนนเทนนิส 15–30–40 มีที่มาเก่าแก่ แต่ต้นกำเนิดยังไม่มีข้อสรุปเดียว
พระโคกิน "เหล้า" ปี 67 เศรษฐกิจจะรุ่งจริงไหม? ในวันที่ดีเซลพุ่งแตะ 40 บาท!
"อิ่มจุกแต่ในใจสั่น.. ใครเติมดีเซลช่วงนี้รู้สึกเหมือนผมไหม?
เลือกแบบไหนดี? เป็นมดงานในองค์กรใหญ่ (มั่นคงแต่โตช้า) VS เป็นเดอะแบกใน Startup (เหนื่อยสายตัวแทบขาดแต่โตไว) ในยุค 2026 นี้!
31 พฤษภาคมนี้ ชม Micro Blue Moon พระจันทร์เต็มดวงไกลโลกที่สุดของปี
